Quick Facts
Intro | Thai actress and model |
Is | Model Actor |
From | Thailand |
Field | Fashion Film, TV, Stage & Radio |
Gender | female |
Birth | 15 April 1975, Nakhon Ratchasima |
Age | 48 years |
Biography
ມໍລະກົດ ມະນີສາຍ (ໄທ: มรกต มณีฉาย) ຫຼື ແອນ ມີຊື່ຈິງວ່າ ການຈະນາ ທູນສະຫຼອງ (ໄທ: กาญจนา ทูลฉลอง) ແມ່ນອະດີດນັກສະແດງ-ນາງແບບຊາວໄທ ເຊິ່ງຫາກຍ້ອນໄປຮາວ 20 ປີ ຄົງບໍ່ມີໄຜຮູ້ຈັກນາງເພາະມໍລະກົດຖືເປັນເຊັກບອມໝາຍເລກໜຶ່ງຂອງເມືອງໄທ ທີ່ແຈ້ງເກີດໃນວົງການຈາກຜົນງານການຖ່າຍປະຕິທິນວາບຫວິວ ພາຍໃຕ້ການຊັກຊວນຂອງຊ່າງພາບມືໜຶ່ງສະໄໝນັ້ນ ອຸ້ງ ອັນຍະມະນີ ສີຊາດ ເຊິ່ງໃນຕອນນາງເປັນສາວວັຍລະອ່ອນບໍ່ເຖິງ 20 ແຕ່ສັດສ່ວນໜ້າອົກໜ້າໃຈເຖິງ 38 ນິ້ວ ກໍເຮັດໃຫ້ນາງກາຍເປັນຂວັນໃຈໜຸ່ມ ໆ ພາຍໃນຊົ່ວຂ້າມຄືນ ຫຼັງຈາກນັ້ນນາງກໍມີງານຕ່າງໆ ຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນງານຖ່າຍແບບ ລະຄອນ ຮູບເງົາ ອາລະບ້ຳເພງ ໂດຍສະເພາະນາງແບບຄາລາໂອເກະ ເຊິ່ງຖືໄດ້ວ່າເປັນຂອງໃໝ່ແລະບູມສຸດຂີດໃນຍຸກນັ້ນ ແລະຊື່ຂອງ ແອນ ມໍລະກົດ ມະນີສາຍ ກໍຖືເປັນເບີໜຶ່ງຂອງວີດີໂອຄາລາໂອເກະເມືອງໄທ ປັດຈຸບັນນາງມີທຸລະກິດເປັນຂອງໂຕເອງຊື່ຮ້ານວ່າ ເນີວານາ ກ່ຽວກັບອົບນວດສະປາ ຢູ່ທີ່ຊອຍສຸຂຸມວິດ 23
ປະຫວັດ
ມໍລະກົດ ມະນີສາຍ ມີຊື່ຈິງວ່າ ການຈະນາ ທູນສະຫຼອງ ເກີດເມື່ອວັນທີ 15 ເມສາ ຄ.ສ. 1975 ທີ່ຈັງຫວັດນະຄອນລາຊະສີມາ ແຕ່ມໍລະກົດເຕີບໂຕທີ່ຈັງຫວັດບຸລີລຳ ດ້ວຍຄວາມທີ່ເປັນເດັກບ້ານນອກຈຶງມາຮຽນທີ່ບາງກອກ ແລະເລິ່ມເຂົ້າສູ່ວົງການບັນເທິງຕັ້ງແຕ່ອາຍຸຍັງບໍ່ເຖິງ 20 ປີ ໂດຍຈາກການຊັກຊວນຂອງ ອຸ້ງ ອັນຍະມະນີ ສີຊາດ ຊ່າງຖ່າຍພາບມືໜຶ່ງຂອງເມືອງໄທໃນຍຸກນັ້ນ ໂດຍມໍລະກົດມີໜ້າອົກໃຫຍ່ເຖິງ 38 ນິ້ວ ແລະໄດ້ຮັບສາຍາວ່າ ໜ້າອົກພູເຂົາໄຟ ແລະເປັນຂວັນໃຈຂອງໜຸ່ມໆ ໃນຍຸກນັ້ນ ແລະເຮັດໃຫ້ນາງມີຊື່ສຽງແລະມີງານຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນງານຖ່າຍແບບ ລະຄອນ ຮູບເງົາ ແລະຖ່າຍແບບວີດີໂອຄາລາໂອເກະ ນາງມີຜົນງານລະຄອນເລື່ອງ ມັງກອນເຈົ້າພະຍາ ແລະຮູບເງົາເລື່ອງ ຫຼວງພີ່ເທັ່ງ ແລະເຄີຍຄົບຫາກັບວັນຊາດ ເພິ່ງສ່ຳ ຫຼື ໜູ ຄອງເຕີຍ ນັກສະແດງຕະຫຼົກລະດັບຕຳນານຂອງເມືອງໄທ ເຈົ້າຂອງທ່າເດິນແບບນົກກະຍາງ ມໍລະກົດໃຊ້ຊີວິດຮ່ວມກັນກັບໜູ ຄອງເຕີຍມານານຫຼາຍປີ ແຕ່ກໍໄດ້ເລີກລາກັນໄປໃນທີ່ສຸດ ແລະພາຍຫຼັງໜູ ຄອງເຕີຍ ອະດີດສາມີເກົ່າຂອງນາງໄດ້ເສຍຊີວິດລົງເມື່ອວັນທີ 29 ມັງກອນ ຄ.ສ. 2005 ດ້ວຍໂຮກໄວລັດຕິດເຊື້ອໃນສະໝອງແລະໂຮກວັນນະໂລກ ສິຣິອາຍຸໄດ້ 41 ປີ ເຊິ່ງນາງຍອມຮັບວ່ານາງບໍ່ເຄີຍໄດ້ໄປຍ້ຽມຍາມອະດີດສາມີເກົ່າເລີຍ ເຖິງແມ້ນວ່າຈະເລີກລາກັນໄປແລ້ວກໍຕາມ ແຕ່ກໍຖືວ່າເປັນໝູ່ຮ່ວມງານໃນວົງການບັນເທິງດ້ວຍກັນ
ອ້າງອິງ
